Event Details

ຄວາມຜັນຜວນຂອງສະພາວະເສດຖະກິດທີ່ເກີດຂື້ນໃນປີ 2022 ເປັນຄວາມຜັນຜວນທີ່ເກີດຈາກຜົນກະທົບທັງຈາກການແຜ່ລະບາດຂອງ ພະຍາດ ໂຄວິດ19 ແລະ ສະພາວະເງິນເຟີ້ທີ່ຮຸນແຮງ ແບບStrucflation ລວມໄປເຖິງຄ່າເງິນທີ່ອ່ອນຄ່າຢ່າງຮຸນແຮງ ສົ່ງຜົນໃຫ້ການດຳເນີນການຕ່າງໆ ຂອງທຸລະກິດ ຫຼື ອົງກອນຕ່າງໆ ຢູ່ໃນສະພາວະສະງັກ ຕິດຂັດ ຍາກທີ່ຈະດຳເນີນການຕໍ່ໄດ້ ໃນສະພາວະແບບນີ້ ດັ່ງນັ້ນ ການອອກແບບກົນລະຍຸດທີ່ຕອບສະໜອງໃນສະພາວະທີ່ມີຄວາມຜັນຜວນຈຶ່ງເປັນສິ່ງທີ່ຕ້ອງດຳເນີນການຢ່າງຮີບດ່ວນ ໃຫ້ສາມາດປັບຕົວຕາມສະຖານະການທີ່ເກີດຂື້ນ.

ການສຳມະນາການອອກແບບກົນລະຍຸດການປ່ຽນແປງອົງກອນໃນສະພາວະຜັນຜວນຈະຊ່ວຍໃຫ້ເຂົ້າໃຈເຄື່ອງມືຕ່າງໆ ລວມທັງວິທີການຄິດ ການວິເຄາະສະຖານະການໃນອານາຄົດ Scenario ເພື່ອນຳໄປສູ່ການປ່ຽນແປງອົງກອນໃຫ້ສາມາດຕອບສະໜອງການປ່ຽນແປງທີ່ເກີດຂື້ນໄດ້ຢ່າງທັນເວລາ ແລະ ໄປຕອບສະໜອງຕໍ່ອານາຄົດທີ່ຈະເກີດຂື້ນໄດ້ .


ຫົວຂໍ້ການສຳມະນາ


- ອັບເດດສະຖານະການໂລກ ແລະ ແນວໂນ້ມການປ່ຽນແປງ

- ການສ້າງພາບອະນາຄົດ Scenario ຂອງອົງກອນ

- ການວິເຄາະພາຍໃນອົງກອນ ແລະ ຄວາມສາມາດໃນການຕອບສະໜອງສະຖານະການ

- ການສ້າງທາງເລືອກໃນການປ່ຽນແປງອົງກອນ

- ເຕັກນິກການອອກແບບການປ່ຽນແປງອົງກອນ ແລະ Business Model

- ການສ້າງເສັ້ນທາງການພັດທະນາອົງກອນ


ໃຜທີ່ຄວນເຂົ້າຮ່ວມ


ພະນັກງານອາວຸໂສ, ລະດັບຜູ້ຈັດການ, ເຈົ້າຂອງກິດຈະການ, ຜູ້ບໍລິຫານອົງກອນ, ຜູ້ທີ່ກຳລັງຈະເລື່ອນເປັນຜູ້ຈັດການ, ຜູ້ທີ່ມີແຜນຈະເຮັດທຸລະກິດເປັນຂອງໂຕເອງ ຫລື ພະນັກງານທົ່ວໄປ ແລະ ທຸກໆທ່ານທີ່ຕ້ອງການຫາຄວາມຮູ້ເພີ່ມເຕີມກ່ຽວກັລກົນລະຍຸດການປ່ຽນແປງອົງກອນ.

Agenda

08:30 - 09:00
Registration
09:00 - 16:30
Workshop
16:30 - 17:00
Certificate and photos

Speakers

  • Dr. Nara KITTIMETHEEKUL (Consultant and Speaker for Business Problem Solving and Development; CEO of Enjoy Learning People Co.,Ltd)

    Dr. Nara KITTIMETHEEKUL

    Consultant and Speaker for Business Problem Solving and Development; CEO of Enjoy Learning People Co.,Ltd

Tickets

ECCIL members

For member only

Door Price ₭1,650,000
Non-members

For everyone

Door Price ₭1,900,000

Venue

Crowne Plaza

Vientiane, Vientiane Prefecture, Laos

If you have any questions please contact Enrico Bargnani

Contact Organizer

Show on map