ພຣູເດັນໂຊລ໌ ລາວ ໄດ້ຮັບລາງວັນ ບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີ ໂດຍ The Insurance Asia Award 2021
ວຽງຈັນ, ວັນທີ 7 ກັນຍາ 2021
ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (ພຣູເດັນໂຊລ໌ ລາວ) ໄດ້ຮັບການສະເໜີຊື່ໃຫ້ເປັນ “ບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີ” ໂດຍ The Insurance Asia Award 2021. ພຣູເດັນໂຊລ໌ ຖືກຍອມຮັບຈາກການເປີດຕົວ ເພົ້າສ໌ ແອັບພລິເຄເຊິນ ໂດຍ ພຣູເດັນໂຊລ໌ ເຊິ່ງເປັນແອັບພລິເຄເຊິນກ່ຽວກັບສຸຂະພາບ ແລະ ການເປັນຢູ່ທີ່ດີທາງດິຈິຕອລແບບຄົບວົງຈອນ ເພື່ອຊ່ວຍໃຫ້ຄົນລາວດູແລສຸຂະພາບໂຕເອງ. ນອກຈາກນີ້, ພຣູເດັນໂຊລ໌ ລາວໄດ້ຮັບລາງວັນອັນຊົງກຽດນີ້ເນື່ອງຈາກກິດຈະກຳການຊ່ວຍເຫຼືອສັງຄົມລາວເພື່ອເປັນການຮັບມືກັບການແຜ່ລະບາດຂອງ ພະຍາດໂຄວິດ-19.
ທ່ານວີເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ ກ່າວໄວ້ວ່າ: “ພວກເຮົາມີຄວາມພາກພູມໃຈຢ່າງຍິ່ງທີ່ໄດ້ຮັບການສະເໜີຊື່ໃຫ້ ບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີ ເຊິ່ງເປັນເຄື່ອງພິສູດເຖິງຄວາມຕັ້ງໃຈ ແລະ ການເຮັດວຽກໜັກຂອງພະນັກງານເຮົາໃນການຕອບສະໜອງດ້ານສຸຂະພາບ ແລະ ການຄຸ້ມຄອງໃຫ້ກັບສັງຄົມລາວ”
“ຈຸດປະສົງຂອງພວກເຮົາແມ່ນເພື່ອຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ ແລະ ພວກເຮົາບັນລຸເປົ້າໝາຍນີ້ດ້ວຍການເຮັດໃຫ້ການດູແລສຸຂະພາບເປັນເລື່ອງທີ່ທຸກຄົນສາມາດເຂົ້າເຖິງໄດ້. ດ້ວຍແອັບເພົ້າສ໌, ຄົນລາວສາມາດເຂົ້າເຖິງການດູແລສຸຂະພາບ ແລະ ຈັດການສຸຂະພາບ ແລະ ການເປັນຢູ່ຂອງຕົວເອງດ້ວຍການສຳພັດໜ້າຈໍ. ພວກເຮົາຍັງໃຫ້ການສະໜັບສະໜູນເງິນອຸດໜູນຜ່ານແອັບພລິເຄເຊິນເພົ້າສ໌ພາຍໃຕ້ ໂຄງການທຶນອຸດໜູນໂຄວິດ ແຄຣ໌ ເພື່ອຄຸ້ມຄອງສຸຂະພາບ ແລະ ການເງິນໃນສັງຄົມລາວ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19”
ພຣູເດັນໂຊລ໌ ລາວຍັງເປັນທີ່ຍອມຮັບໃນດ້ານວິວັດຕະນະກຳທີ່ໂດດເດັ່ນນັ້ນກໍ່ຄືແອັບພລິເຄເຊິນ ເພົ້າສ໌, ເຊິ່ງເປັນແອັບພລິເຄເຊິນທຳອີດທີ່ໃຫ້ການຈັດການດ້ານສຸຂະພາບໃຫ້ກັບຜູ້ໃຊ້ ດ້ວຍການໃຫ້ການຊ່ວຍເຫຼືອຜ່ານລະບົບປັນຍາປະດິດ ຫຼື ເອໄອ ແລະ ຂໍ້ມູນໃນເວລາຈິງ. ແອັບພລິເຄເຊິນເພົ້າສ໌ໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ ເພື່ອຊຸກຍູ້ໃຫ້ຄົນດູແລສຸຂະພາບ ແລະ ການເປັນຢູ່ຂອງຕົວເອງທຸກທີ່ທຸກເວລາ.
ໃນຊ່ວງເວລາທີ່ຜ່ານມາ, ບໍລິສັດຍັງໄດ້ເປີດຕົວໂຄງການ ທຶນອຸດໜູນໂຄວິດ-19 ແຄຣ໌ ຜ່ານແອັບພລິເຄເຊິນເພົ້າສ໌. ສຳລັບຜູ້ທີ່ສາມາດລົງທະບຽນສຳເລັດຜ່ານແອັບເພົ້າສ໌ ສາມາດຮັບທຶນອຸດໜູນ 5.000.000ກີບ ໃນກໍລະນີທີ່ໄດ້ຮັບເຊື້ອພະຍາດ ໂຄວິດ-19 ແຄຣ໌ ແລະ ຮັບທຶນອຸດໜູນສູງເຖິງ 15.000.000ກີບ ໃນກໍລະນີເສຍຊີວິດຈາກເຊື້ອພະຍາດໂຄວິດ-19. ການຊ່ວຍເຫຼືອຄັ້ງນີ້ແມ່ນເພື່ອຫຼຸດຜ່ອນຄວາມກັງວົນທາງດ້ານການເງິນໃຫ້ບຸກຄົນ ແລະ ຄອບຄົວຢູ່ໃນຊ່ວງເວລາຂອງການແຜ່ລະບາດ.
ຄະນະກຳມະການຂອງ the Insurance Asia Awards 2021 ໄດ້ກ່າວວ່າ: “ແນວຄິດລິເລີ່ມເຫຼົ່ານີ້ເປັນເຄື່ອງພິສູດວ່າ ພຣູເດັນໂຊລ໌ ລາວ ເປັນອົງກອນ ທີ່ມີການເຄື່ອນໄຫວ ແລະ ວ່ອງໄວ ໃນການຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ຢ່າງມີປະສິດທິພາບ. ນີ້ເປັນເຫດຜົນທີ່ພວກເຂົາໂດດເດັ່ນ ແລະ ຊະນະລາງວັນ ບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີ.”
ກ່ຽວກັບ ພຣູເດັນໂຊລ໌ ລາວ
ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍກົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.
ທ່ານສາມາດເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບ ພຣູເດັນໂຊລ໌ ລາວ ທີ່ www.prudential.la
ກ່ຽວກັບ ເພົ້າສ໌ ໂດຍ ພຣູເດັນໂຊລ໌
ເພົ້າສ໌ແມ່ນ ແອັບພີເຄເຊີນກ່ຽວກັບສຸຂະພາບ ແລະ ເປັນ ໜຶ່ງດຽວໃນພາກພື້ນອາຊີ ແລະ ອາຟຣິກາ ທີ່ຊ່ວຍໃນການຈັດການດ້ານສຸຂະພາບຕໍ່ຜູ້ໃຊ້. ໂດຍມີການນຳໃຊ້ ປັນຍາປະດິດ ຫຼື AI ເຂົ້າມາຊ່ວຍໃນການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ, ສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບໄດ້ຕະຫຼອດເວລາ. ຊ່ວຍໃຫ້ຜູ້ໃຊ້ສາມາດ ຫຼີກລ້ຽງ, ປ້ອງກັນ ກ່ຽວກັບການພະຍາດ. ເພົ້າສ໌ແມ່ນ ເປັນສ່ວນໜຶ່ງຂອງຍຸດທະສາດຂອງ Prudential Corporate Asia, ທີ່ຢາກໃຫ້ທຸກໆຄົນໃນພາກພື້ນອາຊີ ສາມາດເຂົ້າເຖີງຂໍ້ມູນດ້ານສຸຂະພາບ ໄດ້ຢ່າງທົ່ວເຖິງ. ດ້ວຍເຕັກໂນໂລຢີທີ່ທັນສະໄໝ ແລະ ຄູ່ຮ່ວມທຸລະກິດທີ່ເຂັ້ມແຂງ.
ແອັບພິເຄເຊິນເພົ້າສ໌ ໄດ້ເປິດໂຕຄັ້ງທຳອິດໃນເດືອນສິງຫາ ປີ 2019 ທີ່ ປະເທດມາເລເຊຍ ແລະ ໄດ້ນຳໃຊ້ແລ້ວໃນ 11 ປະເທດ ທົ່ວອາຊີ ແລະ 6 ປະເທດໃນທະວີບອາຟຣິກາ. ໂດຍມີ ການກວດສອບອາການບໍ່ສະບາຍໃນເບື້ອງຕົ້ນ ແລະ ການວິເຄາະສະພາບຮ່າງກາຍ, ການບໍລິການດ້ານສຸຂະພາບສ່ວນບຸກຄົນ, ແລະ ການໃຫ້ຄຳປຶກສາຈາກທ່ານໝໍ ແລະ ຜູ້ຊ່ຽວຊານທາງການແພດທີ່ຜ່ານການຮອງຮັບ.
ຕັ້ງແຕ່ເປີດໂຕຫາປະຈຸບັນ ເພົ້າສ໌ແອັບພິເຄເຊິນ ຖືກດາວໂຫຼດຫຼາຍກວ່າ 30 ລ້ານເທື່ອໃນຂົງເຂດອາຊີ ແລະ ອາຟຣິກາ. ເພົ້າສ໌ແອັບພິເຄເຊິນ ສາມາດດາວໂຫຼດໄດ້ໃນ Apple/Google Play stores ເຊິ່ງໃນທະວີບອາຊີມີ: ປະເທດ ກຳປູເຈຍ, ຮົງກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທ ແລະ ຫວຽດນາມ ແລະ ທະວີບ ອາຟຣິກາມີປະເທດແຄມມາຣູນ, ການາ, ເຄນຍາ, ໄນຈີເຣຍ, ອຸການດາ, ແລະ ແຊມເບຍ.
ສຳລັບຂໍ້ມູນເພີ່ມເຕີມ, ແລະ ສາມາດດາວໂຫຼດແອັບພິເຄເຊິນເພົ້າສ໌, ເຂົ້າໄປໃນເວັບໄຊ www.wedopulse.com
*ຂໍ້ມູນລ່າສຸດຄັ້ງເດືອນສິງຫາ 2021