Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວ ໄດ້ຮັບລາງວັນ ບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີ ໂດຍ The Insurance Asia Award 2021

ວຽງ​ຈັນ, ວັນ​ທີ 7 ກັນ​ຍາ 2021

 

ບໍລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ປະ​ກັນ​ໄພ​ຊີ​ວິດ ລາວ ຈຳ​ກັດ (ພ​ຣູ​ເດັນ​ໂຊ​ລ໌ ລາວ) ໄດ້​ຮັບການ​ສະ​ເໜີ​ຊື່​ໃຫ້​ເປັນ “ບໍ​ລິ​ສັດ​ປະ​ກັນ​ໄພ​ຊີ​ວິດ​ໃນ​ປະ​ເທດແຫ່ງ​ປີ” ໂດຍ The Insurance Asia Award 2021. ພ​ຣູ​ເດັນ​ໂຊ​ລ໌ ຖືກຍອ​ມ​ຮັບຈາກ​ການ​ເປີດ​ຕົວ ເພົ້າ​ສ໌ ແອັບ​ພ​ລິ​ເຄ​ເຊິນ ໂດຍ ພ​ຣູ​ເດັນ​ໂຊ​ລ໌ ເຊິ່ງ​ເປັ​ນ​ແອັບ​ພ​ລິ​ເຄ​ເຊິນ​ກ່ຽວ​ກັບ​ສຸ​ຂະ​ພາບ ແລະ ການ​ເປັນ​ຢູ່​ທີ່​ດີທາງ​ດິ​ຈິ​ຕອ​ລ​ແບບ​ຄົບ​ວົງ​ຈອນ ເພື່ອ​ຊ່ວຍ​ໃຫ້​ຄົນ​ລາວ​ດູ​ແລ​ສຸ​ຂະ​ພາບ​ໂຕ​ເອງ. ນອກ​ຈາກນີ້, ພ​ຣູ​ເດັນ​ໂຊ​ລ໌ ລາວ​ໄດ້​ຮັບ​ລາງວັນ​ອັນ​ຊົງ​ກ​ຽດ​ນີ້​ເນື່ອງ​ຈາກ​ກິດ​ຈະ​ກຳ​ການ​ຊ່ວຍ​ເຫຼືອ​ສັງ​ຄົ​ມລາວ​​ເພື່ອ​ເປັນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ ​ພະ​ຍາດ​ໂຄວິດ-19.

 

ທ່ານ​ວີ​ເຈ ມັດ​ດາ​ວັ​ນ, ຜູ້​ອຳ​ນວຍ​ການ​ໃຫຍ່​ ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ກ່າວ​ໄວ້​ວ່າ: “ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈ​ຢ່າງ​ຍິ່ງ​ທີ່​ໄດ້​ຮັບ​ການ​ສະ​ເໜີ​ຊ​ື່​ໃຫ້ ບໍ​ລິ​ສັດ​ປະ​ກັນ​ໄພ​ຊີ​ວິດ​ໃນ​ປະ​ເທດແຫ່ງ​ປີ ເຊິ່ງ​ເປັນ​ເຄື່ອງ​ພິ​ສູດ​ເຖິງ​ຄວາມ​ຕັ້ງ​ໃຈ ແລະ ການ​ເຮັດ​ວຽກ​ໜັກ​ຂອງ​ພະ​ນັກ​ງານ​ເຮົາ​ໃນ​ການ​ຕອບ​ສະ​ໜອງ​ດ້ານ​ສຸ​ຂະ​ພາບ ແລະ ການ​ຄຸ້ມ​ຄອງ​ໃຫ້​ກັບສັງ​ຄົມ​ລາວ”

 

“ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ​ແມ່ນເພື່ອ​ຊ່ວຍ​ໃຫ້ຜູ້​ຄົນ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຊີ​ວິດ ແລະ ພວກ​ເຮົາບັນ​ລຸ​ເປົ້າ​ໝາຍນີ້​ດ້ວຍ​ການ​ເຮັດ​ໃຫ້​ການ​ດູ​ແລ​ສຸ​ຂະ​ພາບ​ເປັນ​ເລື່ອງ​ທີ່​ທຸກ​ຄົນ​ສາ​ມາດ​ເຂົ້າ​ເຖິງ​ໄດ້. ດ້ວ​ຍ​ແອັບ​ເພົ້າ​ສ໌, ຄົນ​ລາວ​ສາ​ມາດ​ເຂົ້າ​ເຖິງ​ການ​ດູ​ແລ​ສຸ​ຂະ​ພາບ ແລະ ຈັດ​ການ​ສຸ​ຂະ​ພາບ ແລະ ການ​ເປັນ​ຢູ່​ຂອງ​ຕົວ​ເອງ​ດ້ວ​ຍ​ການ​ສຳ​ພັດ​ໜ້າ​ຈໍ. ພວກ​ເຮົາ​ຍັງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ເງິນ​ອຸດ​ໜູນ​ຜ່ານ​ແອັບ​ພ​ລິ​ເຄ​ເຊິນເພົ້າ​ສ໌​ພາຍ​ໃຕ້ ​ໂຄງ​ການທຶນ​ອຸດ​ໜູນ​ໂຄວິດ ແຄ​ຣ໌​ ເພື່ອ​ຄຸ້ມ​ຄອງສຸ​ຂະ​ພາບ ແລະ ການ​ເງິນໃນ​ສັງ​ຄົມ​ລ​າວ ໃນ​ຊ່ວງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”

 

ພຣູເດັນ​ໂຊ​ລ໌ ລາວ​ຍັງ​ເປັນ​ທີ່ຍອມ​ຮັບ​ໃນດ້ານ​ວິ​ວັດ​ຕະ​ນະ​ກຳ​ທີ່​ໂດດ​ເດັ່ນ​ນັ້ນ​ກໍ່​ຄືແອັບພ​ລິ​ເຄ​ເຊິນ ​ເພົ້າ​ສ໌, ​ເຊິ່ງ​ເປັ​ນ​ແອັບ​ພ​ລິ​ເຄ​ເຊິນ​ທຳ​ອີດ​ທີ່​ໃຫ້​ການ​ຈັດ​ການ​ດ້ານ​ສຸ​ຂະ​ພາບ​ໃຫ້​ກັບ​ຜູ້​ໃຊ້ ​ດ້ວຍ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ຜ່ານລະ​ບົບປັນ​ຍາ​ປະ​ດິດ ​ຫຼື ເອ​ໄອ ແລະ ຂໍ້​ມູນ​ໃນເວ​ລາ​ຈິງ. ແອັບ​ພ​ລິ​ເຄ​ເຊິນ​ເພົ້າ​ສ໌​ໃຫ້​ບໍ​ລິ​ການຕະຫຼອດ 24 ຊົ່ວ​ໂມງ ເພື່ອ​ຊຸກ​ຍູ້​ໃຫ້​ຄົນ​ດູ​ແລ​ສຸ​ຂະ​ພາບ ແລະ ການ​ເປັນ​ຢູ່​ຂອງ​ຕົວ​ເອງ​ທຸກ​ທີ່​ທຸກ​ເວ​ລາ.

 

ໃນ​ຊ່ວງ​ເວ​ລາ​ທີ່​ຜ່ານ​ມາ, ບໍ​ລິ​ສັດ​ຍັງ​ໄດ້​ເປີດ​ຕົວ​ໂຄງ​ການ ທຶນ​ອຸດ​ໜູນ​ໂຄວິດ-19 ແຄ​ຣ໌ ຜ່ານ​ແອັບ​ພ​ລິ​ເຄ​ເຊິນ​ເພົ້າ​ສ໌. ສຳ​ລັບ​ຜູ້​ທີ່​ສາ​ມາດ​ລົງ​ທະບຽນ​ສຳ​ເລັດ​ຜ່ານ​ແອັບ​ເພົ້າ​ສ໌ ສາ​ມາດ​ຮັບ​ທຶນ​ອຸດ​ໜູນ 5.000.000ກີບ ໃນ​ກໍ​ລະ​ນີ​ທີ່​ໄດ້​ຮັບ​ເຊື້ອ​ພະ​ຍາດ ໂຄວິດ-19 ແຄ​ຣ໌ ແລະ ຮັບ​ທຶນອຸດ​ໜູນ​ສູງ​​ເຖິງ 15.000.000ກີບ ໃນກໍ​ລະ​ນີ​ເສຍ​ຊີ​ວິດ​ຈາກ​ເຊື້ອ​ພະ​ຍາດ​ໂຄວິດ-19. ການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ແມ່ນ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ກັງ​ວົນ​ທາງ​ດ້ານ​ການ​ເງິນ​ໃຫ້​ບຸກ​ຄົນ ແລະ ຄອບ​ຄົວ​ຢູ່​ໃນ​ຊ່ວງ​ເວ​ລາ​ຂອງ​ການ​ແຜ່​ລະ​ບາດ.

 

ຄະ​ນ​ະ​ກຳ​ມະ​ການ​ຂ​ອງ the Insurance Asia Awards 2021 ໄດ້​ກ່າວ​ວ່າ: “ແນວ​ຄິດ​ລິ​ເລີ່ມ​ເຫຼົ່າ​ນີ້​ເປັນ​ເຄື່ອງ​ພິ​ສູດ​ວ່າ​ ພ​ຣູ​ເດັນ​ໂຊ​ລ໌ ລາວ​ ເປັນ​ອົງ​ກອນ ທີ່​ມີ​ການເຄື່ອນ​ໄຫວ ແລະ ວ່ອງ​ໄວ ໃນ​ການ​ຕອບ​ສະ​ໜອງຄວາມ​ຕ້ອງ​ການ​ຂອງ​ຕະຫຼາດໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ. ນີ້​ເປັນ​ເຫດ​ຜົນ​ທີ່​ພວກ​ເຂົາ​ໂດດ​ເດັ່ນ ແລະ ຊະ​ນະ​ລາງວັນ ບໍ​ລິ​ສັດ​ປະ​ກັນ​ໄພ​ຊີ​ວິດ​ໃນ​ປະ​ເທດແຫ່ງ​ປີ.”

ກ່ຽວ​ກັບ ພ​ຣູ​ເດັນ​ໂຊ​ລ໌ ລາວ

ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍກົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

ທ່ານ​ສາ​ມາດ​ເບິ່ງ​ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ​ ພ​ຣູ​ເດັນ​ໂຊ​ລ໌​ ລາວ ທີ່ www.prudential.la

 

ກ່ຽວ​ກັບ ເພົ້າ​ສ໌ ​ໂດຍ ພ​ຣູ​ເດັນ​ໂຊ​ລ໌

 

ເພົ້າສ໌ແມ່ນ ແອັບພີເຄເຊີນກ່ຽວກັບສຸຂະພາບ ແລະ ເປັນ ໜຶ່ງດຽວໃນພາກພື້ນອາຊີ ແລະ ອາ​ຟ​ຣິ​ກາ ທີ່ຊ່ວຍໃນການຈັດການດ້ານສຸຂະພາບຕໍ່ຜູ້ໃຊ້. ໂດຍມີການນຳໃຊ້ ປັນຍາປະດິດ ຫຼື AI ເຂົ້າມາຊ່ວຍໃນການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ, ສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບໄດ້ຕະຫຼອດເວລາ. ຊ່ວຍໃຫ້ຜູ້ໃຊ້ສາມາດ ຫຼີກລ້ຽງ, ປ້ອງກັນ ກ່ຽວກັບການພະຍາດ. ເພົ້າສ໌ແມ່ນ ເປັນສ່ວນໜຶ່ງຂອງຍຸດທະສາດຂອງ Prudential Corporate Asia, ທີ່ຢາກໃຫ້ທຸກໆຄົນໃນພາກພື້ນອາຊີ ສາມາດເຂົ້າເຖີງຂໍ້ມູນດ້ານສຸຂະພາບ ໄດ້ຢ່າງທົ່ວເຖິງ. ດ້ວຍເຕັກໂນໂລຢີທີ່ທັນສະໄໝ ແລະ ຄູ່ຮ່ວມທຸລະກິດທີ່ເຂັ້ມແຂງ.

 

ແອັບພິເຄເຊິນເພົ້າສ໌ ໄດ້ເປິດໂຕຄັ້ງທຳອິດໃນເດືອນສິງຫາ ປີ 2019 ທີ່ ປະເທດມາເລເຊຍ ແລະ ໄດ້ນຳໃຊ້ແລ້ວໃນ 11 ປະເທດ ທົ່ວອາຊີ ແລະ 6 ປະ​ເທດ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ. ໂດຍມີ ການກວດສອບອາການບໍ່ສະບາຍໃນເບື້ອງຕົ້ນ ແລະ ການວິເຄາະສະພາບຮ່າງກາຍ, ການບໍລິການດ້ານສຸຂະພາບສ່ວນບຸກຄົນ, ແລະ ການໃຫ້ຄຳປຶກສາຈາກທ່ານໝໍ ແລະ ຜູ້ຊ່ຽວຊານທາງການແພດທີ່ຜ່ານການຮອງຮັບ.

 

ຕັ້ງແຕ່ເປີດໂຕຫາປະຈຸບັນ ເພົ້າສ໌ແອັບພິເຄເຊິນ ຖືກດາວໂຫຼດຫຼາຍກວ່າ 30 ລ້ານເທື່ອໃນຂົງເຂດອາຊີ ແລະ ອາ​ຟ​ຣິ​ກາ. ເພົ້າສ໌ແອັບພິເຄເຊິນ ສາມາດດາວໂຫຼດໄດ້ໃນ Apple/Google Play stores ເຊິ່ງ​ໃນ​ທະ​ວີບ​ອາ​ຊີ​ມີ: ປະ​ເທດ ກຳປູເຈຍ, ຮົງກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທ ແລະ ຫວຽດນາມ  ແລະ ທະ​ວີບ ອ​າ​ຟ​ຣິ​ກາ​ມີ​ປະ​ເທດແຄມ​ມາ​ຣູນ, ກາ​ນາ, ເຄນ​ຍາ, ໄນ​ຈີ​ເຣຍ, ອຸ​ການ​ດາ, ແລະ ແຊມ​ເບຍ.

ສຳລັບຂໍ້ມູນເພີ່ມເຕີມ, ແລະ ສາມາດດາວໂຫຼດແອັບພິເຄເຊິນ​ເພົ້າ​ສ໌, ເຂົ້າໄປໃນເວັບໄຊ www.wedopulse.com

 

*ຂໍ້​ມູນ​ລ່າ​ສຸດ​ຄັ້ງ​​ເດືອນ​ສິງ​ຫາ 2021