Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວ ໄດ້ເປີດໂຕ ພຣູບີສິເນດສ໌ ເຕັມຮູບແບບເພື່ອເພີ່ມສັກກະຍະພາບໃຫ້ທຸລະກິດໃນນະຄອງຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ

“ໃຫ້ຄວາມຄຸ້ມຄອງທີ່ຫຼາຍແບບ ແລະ ເໝາະສົມກັບຄວາມຕ້ອງການຂອງບໍລິສັດ”

ນະຄອນຫຼວງວຽງຈັນ ວັນທີ 1 ເມສາ 2022


ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ”) ໄດ້ເປີດໂຕ ພຣູບີສິເນດສ໌ ເຊິ່ງເປັນຜະລິດຕະພັນປະກັນໄພແບບກຸ່ມ ຢ່າງເປັນທາງການໃນ ນະຄອນຫຼວງວຽງຈັນ ວັນທີ 18 ມີນາ 2022 ແລະ ທີ່ ຫຼວງພະບາງ ໃນວັນທີ 24 ມີນາ 2022 ທີ່ຜ່ານມາ.

 

 

ໃນງານເປີດໂຕທີ່ຜ່ານມາ, ມີແຂກຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເຊັ່ນ: ຄູ່ຮ່ວມທຸລະກິດຂອງ ພຣູເດັນໂຊລ໌ ລາວ, ບໍລິສັດຂະໜາດນ້ອຍ ແລະ ກາງ, ບໍລິສັດຕ່າງໆ, ແລະ ບັນດາທຸລະກິດຈາກສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ,   ເພື່ອແນະນຳທາງເລືອກ ການຄຸ້ມຄອງທີ່ຫຼາກຫຼາຍໃຫ້ແກ່ບັນດາທຸລະກິດຕ່າງໆ ເພື່ອທີ່ພວກເຂົາຈະສາມາດສະໜອງໃຫ້ແກ່ພະນັກງານຂອງພວກເຂົາທັງສອງແຂວງ ເຊິ່ງການຄຸ້ມຄອງນີ້ລວມມີການຄຸ້ມຄອງການເສຍຊີວິດ ແລະ ພິການຖາວອນ. ດ້ວຍຜົນປະໂຫຍດທີ່ສາມາດກຳນົດໄດ້ ແລະ ສາມາດປັບປ່ຽນໄດ້ຕາມຄວາມຕ້ອງການ, ຜະລິດຕະພັນນີ້ຈະສາມາດຊ່ວຍແບ່ງເບົາພາລະຂອງພະນັກງານໃນຊ່ວງເວລາທີ່ທ້າທາຍນີ້.

 

 

ທ່ານ ວີເຈ ມັດດາວັນ, ຜູ້ນຳຈາກ ພຣູເດັນໂຊລ໌ ລາວ ໄດ້ກ່າວວ່າ: “ເປົ້າໝາຍຂອງພວກເຮົາຄືການຊ່ວຍເຫຼືອຜູ້ຄົນໃຫ້ໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ. ພວກເຮົາມຸ່ງໝັ້ນທີ່ຈະມອບຄວາມຄຸ້ມຄອງ  ແລະ ຄວາມສະບາຍໃຈໃຫ້ແກ່ທຸລະກິດຕ່າງໆຜ່ານການແກ້ໄຂທາງດ້ານສຸຂະພາບ ແລະ ການຄຸ້ມຄອງທີ່ສາມາດກຳນົດໄດ້. ດ້ວຍຜົນປະໂຫຍດຄຸ້ມຄອງທີ່ຫຼາກຫຼາຍ ເຈົ້າຂອງທຸລະກິດສາມາດໃຫ້ການຊ່ວຍເຫຼືອ ແລະ ເຂົ້າເຖິງຄວາມຕ້ອງການຂອງພະນັກງານຂອງພວກເຂົາໄດ້ໂດຍສະເພາະໄລຍະປີທີ່ທ້າທາຍນີ້.”

  

 

ປະຈຸບັນເຈົ້າຂອງທຸລະກິດຜູ້ທີ່ຕ້ອງການຮູ້ກ່ຽວກັບຜະລິດຕະພັນ ສາມາດເຂົ້າເຖິງຂໍ້ມູນ ຂອງຜະລິດຕະພັນ ພຣູບີສິເນດສ໌ ແລະ ສາມາດສົ່ງຄຳຮ້ອງຂອງພະນັກງານຂອງພວກເຂົາໂດຍກົງທີ່ www.prudential.la ເຈົ້າຂອງທຸລະກິດສາມາດຈັດການຂໍ້ມູນຂອງສັນຍາແລະຜົນປະໂຫຍດການປະກັນໄພຂອງພະນັກງານພວກເຂົາຢ່າງງ່າຍດາຍຜ່ານແພຼດຟອມຂອງ ພຣູບີສິເນດສ໌ທີ່ຈະເປີດໂຕພາຍຫຼັງໃນເດືອນນີ້. ນະວັດຕະກຳໃໝ່ນີ້ ຈະຊ່ວຍສະໜັບສະໜູນ ອຳນວຍຄວາມສະດວກໃຫ້ແກ່ພະນັກງານຂອງພວກເຂົາ ລວມເຖິງ ການສົ່ງຄຳຮ້ອງຂໍເງິນທົດແທນປະກັນໄພຊີວິດແບບອອນໄລນໄດ້.

 

 

ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນຂົງເຂດອາຊີ ແລະ ອາຟຣິກາ. ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ສາມາດເຂົ້າເຖິງໄດ້ ແລະ ສົ່ງເສີມ ທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ມີລູກຄ້າຫຼາຍກວ່າ 18 ລ້ານຄົນ ແລະ ຢູ່ໃນຕະຫຼາດຫຼັກຊັບ ຂອງລອນດອນ (PRU), ຮົງກົງ (2378), ສິງກະໂປ (K6S) ແລະ ນິວຢອກ (PUK).

ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່​ມີ​ການ​ດຳ​ເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ.

https://www.prudentialplc.com/